Laguage

Study in Japan Global Network Project in ASEAN

STUDY IN JAPAN

Steps

  • ນັກສຶກສາຕ່າງປະເທດທີ່ມີຄວາມຕ້ອງການຈະເຂົ້າສຶກສາລະບົບການສຶກສາຊັ້ນສູງຕ້ອງໄດ້ສຳເລັດການສຶກສາລະບົບ 12 ປີ.
  • ຜູ້ທີ່ມີການສຶກສາໃນລະບົບຕ່ຳກວ່າ 12 ປີ ກ່ອນອື່ນໝົດຕ້ອງສຳເລັດຫຼັກສູດກຽມມະຫາວິທະຍາໄລ 1 ປີ ຫຼື 2 ປີ ກ່ອນທີ່ຈະເຂົ້າການສຶກສາຊັ້ນສູງ.

ເຂົ້າມະຫາວິທະຍາໄລ ຫຼື ວິທະຍາໄລອາຊີວະສຶກສາໃນຖານະເປັນນັກສຶກສາປະຈຳ

  1. ຂັ້ນຕອນທີ1
    ຮວບຮວມຂໍ້ມູນ
    ກວດສອບທັກສະດ້ານພາສາທີ່ຈຳເປັນ ແລະ ຄ່າໃຊ້ຈ່າຍ
  2. ຂັ້ນຕອນທີ2
    ເລືອກໂຮງຮຽນ
    12 ເດືອນລ່ວງໜ້າສົ່ງຂໍ້ມູນຕ່າງໆຂອງໂຮງຮຽນ ແລະ ແບບຟອມສະໝັກ
    ຢືນຢັນຂໍ້ກຳນົດການຮັບເຂົ້າຮຽນ ແລະ ການສອບເສັງ
  3. ຂັ້ນຕອນທີ3
    ການສອບເສັງ
    ການສອບເສັງທີ່ຕ້ອງການ JLTP, EJU, TOEFL, IELTS, SAT, IB ແລະ ອື່ນໆ
  4. ຂັ້ນຕອນທີ4
    ການສະໝັກ
    6-9 ເດືອນລ່ວງໜ້າສົ່ງເອກະສານທີ່ຈຳເປັນໄປໂຮງຮຽນ
    ຈ່າຍຄ່າສະໝັກ
  5. ຂັ້ນຕອນທີ5
    ສອບເສັງເຂົ້າ
    ຫຼັງຈາກຜ່ານການຄັດເລືອກເອກະສານ, ມີການສຳພາດ ແລະ ສອບເສັງ
  6. ຂັ້ນຕອນທີ6
    ຂັ້ນຕອນການສະໝັກເຂົ້າຮຽນ
    ໄດ້ຮັບອະນຸຍາດໃຫ້ລົງທະບຽນ
    ຈ່າຍຄ່າຮຽນ
  7. ຂັ້ນຕອນທີ7
    ການກະກຽມການເດີນທາງ
    ຍື່ນຂໍວີຊາ
    ຊື້ປີ້ຍົນ ແລະ ປະກັນໄພ

Q & A

ກະລຸນາບອກຂ້ອຍກ່ຽວກັບຂັ້ນຕອນຂອງການເຂົ້າມະຫາວິທະຍາໄລ

ກວດສອບຂໍ້ກຳນົດໃນການຮັບສະໝັກ, ສ້າງໂຄງຮ່າງບົດຄົ້ນຄ້ວາ, ແລະ ຢືນຢັນເອກະສານທີ່ຕ້ອງໄດ້ສົ່ງ. ໂດຍທົ່ວໄປ,ເຈົ້າຕ້ອງຊອກຫາອາຈານສອນເອງ. ບາງສະຖາບັນກຳນົດໃຫ້ເຈົ້າຕ້ອງຍອມຮັບຢ່າງບໍ່ເປັນທາງການກ່ອນການສະໝັກ, ສະນັ້ນ ກະລຸນາຢືນຢັນສິ່ງນີ້ກັບສະຖາບັນທີ່ທ່ານເລືອກໃຫ້ໄວເທົ່າທີ່ຈະໄວໄດ້.
https://www.studyinjapan.go.jp/en/planning/know-schools/graduate-school/

ຈະຄົ້ນຫາ ແລະ ຢັ້ງຢືນໄລຍະເວລາການສະໝັກ, ເອກະສານທີ່ຈຳເປັນ ແລະ ການສອບເສັງເຂົ້າໄດ້ແນວໃດ?

ລາຍລະອຽດຂອງຂັ້ນຕອນການສະໝັກ ແລະ ການສອບເສັງເຂົ້າສາມາດເບິ່ງໄດ້ໃນເວັບໄຊທ໌ຂອງໂຮງຮຽນ ຫຼື ຄຳແນະນຳການເຂົ້າຮຽນ. ເມື່ອທ່ານໄດ້ຕັດສິນໃຈເລືອກໂຮງຮຽນແລ້ວ, ໃຫ້ກວດສອບເບິ່ງໃນເວັບໄຊທ໌້ ຫຼື ຄຳແນະນຳການເຂົ້າຮຽນ.

JLPT? EJU?

ການສອບເສັງວັດແທກລະດັບພາສາຍີ່ປຸ່ນ (JLPT) ຖືກອອກແບບເພື່ອປະເມີນແລະຮັບຮອງຄວາມສາມາດດ້ານພາສາຍີ່ປຸ່ນ ສຳລັບຜູ້ທີ່ບໍ່ໄດ້ເວົ້າພາສາຍີ່ປຸ່ນເປັນພາສາແມ່. ການສອບເສັງເຂົ້າມະຫາວິທະຍາໄລຍີ່ປຸ່ນສຳລັບນັກສຶກສາຕ່າງປະເທດ (EJU) ແມ່ນໃຊ້ເພື່ອປະເມີນວ່ານັກສຶກສາຕ່າງປະເທດຜູ້ໃດທີ່ຕ້ອງລົງທະບຽນເຂົ້າຮຽນໃນລະດັບປະລິນຍາຕີທີ່ມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຊັ້ນສູງອື່ນໆໃນປະເທດຍີ່ປຸ່ນ ມີທັກສະດ້ານພາສາຍີ່ປຸ່ນ ແລະ ຄວາມສາມາດພື້ນຖານທາງວິຊາການທີ່ຈຳເປັນໃນການສຶກສາຫຼືບໍ່ຢູ່ໃນສະຖາບັນຂອງຍີ່ປຸ່ນເຫຼົ່ານີ້.
https://www.studyinjapan.go.jp/en/planning/examination/

[ການສຶກສາຕໍ່ທີ່ປະເທດຍີ່ປຸ່ນ] "(ສະຖາບັນບໍລິຫານອິດສະຫຼະ - ອົງການບໍລິການນັກສຶກສາຍີ່ປຸ່ນ)"

FAQ (JASSO)