Outline
ມະຫາວິທະຍາໄລໂອກາຢາມາ ໄດ້ຮັບມອບໝາຍເປັນຜູ້ດຳເນີນ “ໂຄງການເຄືອຂ່າຍສາກົນເພື່ອສົ່ງເສີມການໄປຮຽນຕໍ່ປະເທດຍີ່ປຸ່ນ (ພາກພື້ນຕາເວັນອອກສ່ຽງໃຕ້)” ຈາກກະຊວງສຶກສາທິການ, ວັດທະນະທໍາ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ (MEXT) ຕັ້ງແຕ່ ປີ2024, ໂດຍອີງຕາມຜົນງານ “ໂຄງການຜູ້ປະສານງານການສຶກສາຕໍ່ທີ່ປະເທດຍີ່ປຸ່ນ (ປະເທດມຽນມາ)” (2014-2018) ແລະ “ໂຄງການເຄືອຂ່າຍສາກົນເພື່ອໄປຮຽນຕໍ່ປະເທດຍີ່ປຸ່ນ(ພາກພື້ນຕາເວັນອອກສ່ຽງໃຕ້)” (2019-2023) ທີ່ໄດ້ດໍາເນີນໄປໃນຊ່ວງ 10ປີຜ່ານມາ. ເພື່ອມຸ່ງສູ່ເປົ້າໝາຍສໍາເລັດຂອງໂຄງການ ຮັບຈໍານວນນັກສຶກສານານາຊາດໃຫ້ບັນລຸ 380,000ກວ່າຄົນ (ໂດຍບໍ່ນັບລະດັບມັດທະຍົມ) ກ່ອນປິ2033 ພາຍໃຕ້ຄໍາແນະນໍາຂອງ J-MIRAI (Japan-Mobility and Internationalization: Re-engaging and Accelerating Initiative for future generations), ພວກເຮົາໄດ້ດຳເນີນການເຄື່ອນໄຫວວຽກງານເພື່ອສົ່ງເສີມເພີ່ມຈຳນວນນັກສຶກສາທີ່ໄປຮຽນຕໍ່ປະເທດຍີ່ປຸ່ນເປັນ2.7ເທົ່າ(103,861ຄົນ)ພາຍໃນ 5ປີ.
ກັນຍາ 2024 ປັດຈຸບັນນີ້, ພວກເຮົາດຳເນີນກິດຈະການເພື່ອຮັບນັກສຶກສານານາຊາດທີ່ດີເດັ່ນຈາກບັນດາປະເທດອາຊຽນໂດຍການເຄື່ອນໄຫວຜ່ານ7ສະຖາບັນທັງໝົດໃນຂົງເຂດອາຊຽນ; ປັດຈຸບັນມີ ຈາກາຕາ ແລະ ສຸລາບາຍາ (ອິນໂດເນເຊຍ), ຍ່າງກຸ້ງ ແລະ ແມນດາເລ (ມຽນມ້າ), ບາງກອກ (ໄທ), ພະນົມເປັນ (ກຳປູເຈຍ) ແລະ ນະຄອນຫຼວງວຽງຈັນ (ລາວ). ພວກເຮົາກຳລັງສ້າງສະຖາບັນໃໝ່ຂຶ້ນໃນມາເລເຊຍ ເພື່ອຂະຫຍາຍໂຄງການຂອງພວກເຮົາເອງ.
ມະຫາວິທະຍາໄລໂອກາຢາມາ ສືບຕໍ່ສະໜັບສະໜູນ ແລະ ໃຫ້ຄໍາແນະນໍານັກສຶກສາ ແລະ ອາຈານ ຜູ້ທີ່ສົນໃຈໃນການໄປສຶກສາຮຽນຕໍ່ຢູ່ຍີ່ປຸ່ນ ໂດຍນຳໃຊ້ຄວາມຮູ້ ແລະ ປະສົບການທີ່ຜ່ານມາຈາກປະເທດມຽນມ້າ ພ້ອມດ້ວຍຖານຂໍ້ມູນ ແລະ ການຊ່ວຍເຫຼືອຂອງບັນດາ 6ມະຫາວິມະຍາໄລແຫ່ງຊາດຍີ່ປຸ່ນ (SixERS*) ແລະ ອົງການຈັດຕັ້ງກ່ຽວຂ້ອງທີ່ຊ່ວຍເຫຼືອ.
*SixERS: Chiba University, Niigata University, Kanazawa University, Nagasaki University, Kumamoto University, and Okayama University