Language

Study in Japan Global Network Project in ASEAN

NEWS & EVENTS

EVENTS

EVENT DATE : 2025.12.17

Laos-Japan Research Academic Seminar ~ Introduction of Research Activity

ຜູ້ໃດກຳລັງວາງແຜນຮຽນຕໍ່ແຕ່ບໍ່ຮູ້ຈະເຮັດບົດຄົ້ນຄວ້າແນວໃດດີ ລອງເຂົ້າງານສໍາມະນານີ້ເດີ້!

ລາຍລະອຽດງານສໍາມະນາ
▪️ວັນທີ: 17 ເດືອນທັນວາ 2025
▪️ເວລາ: 13:00 - 15:00 ໂມງ
(ຫຼັງຈາກຈົບການບັນຍາຍແລ້ວ ສາມາດສອບຖາມເພີ່ມເຕີມ ຫຼື ໂອ້ລົມໄດ້)
▪️ສະຖານທີ່:
▫️ອອນລາຍ ຫຼື
▫️ເຊິ່ງໜ້າ: ຫ້ອງການ OJEIC ສະຖາບັນ ລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ, ຫ້ອງ ອະເນກປະສົງ 2 (Multi-purpose2)
▫️*ແນະນຳ: ການເຂົ້າຮ່ວມເຊິ່ງໜ້າຈະໄດ້ໂອ້ລົມກັບນັກສຶກສາ ແລະ ສ້າງສາຍສຳພັນໄດ້ດີກວ່າ!

ຫົວຂໍ້ການຄົ້ນຄວ້າທີ່ໜ້າສົນໃຈ
▪️ Ayaka ນັກສຶກສາ ປ.ເອກ, TUFS
ຄວາມແຕກຕ່າງລະຫວ່າງ ສຽງ ແລະ ໂຄງສ້າງປະໂຫຍກ ຂອງພາສາລາວ ແລະ ພາສາຍີ່ປຸ່ນ (ເວົ້າພາສາລາວ)
▪️ Miho ນັກສຶກສາ ປ.ໂທ, Tsukuba University
ຄວາມແຕກຕ່າງລະຫວ່າງກຸ່ມຊາວກະສິກອນລະຫວ່າງລາວ ແລະ ຍີ່ປຸ່ນ (ເວົ້າພາສາອັງກິດ)
▪️ Tao ນັກສຶກສາ ປ.ໂທ, Kyoto University
ປ່າໄມ້ ແລະ ປະຊາກອນໃນປະເທດລາວ ແລະ ຍີ່ປຸ່ນ (ເວົ້າພາສາອັງກິດ)
▪️ Niloud ປ.ໂທ, ຈົບຢູ່ທີ່ Yamaguchi University
ປະສົບການກະກຽມການຄົ້ນຄວ້ານະວັດຕະກຳການບໍລິການໃນໂຮງແຮມ (ເວົ້າພາສາລາວ)
(ໃນງານນີ້ຈະມີການອະທິບາຍເປັນພາສາລາວ ແລະ ພາສາອັງກິດ)

ພິເສດ! ໂອກາດໄດ້ຮັບຂໍ້ມູນທຶນການສຶກສາ
ນອກຈາກການຄົ້ນຄວ້າແລ້ວ:
▪️ ທີ່ປຶກສາຫ້ອງການ JICA ຈະມາເວົ້າກ່ຽວກັບ ທຶນການສຶກສາ JICA (JDS ແລະ ອື່ນໆ)
▪️ OJEIC ຈະໃຫ້ຂໍ້ມູນການສຶກສາຕໍ່ຢູ່ປະເທດຍີ່ປຸ່ນ. ໃຜທີ່ກຳລັງວາງແຜນຈະຮຽນຕໍ່ ກໍສາມາດປຶກສາ ແລະ ມາຟັງຂໍ້ມູນນຳກັນໄດ້!

ການລົງທະບຽນ
ກະລຸນາລົງທະບຽນທີ່ນີ້ ຫຼືສະແກນ QR ໂຄດ:
▪️ ລິ້ງລົງທະບຽນ:
https://forms.gle/KS7r3kVsXz3hat1G7



BACK