Laguage

Study in Japan Global Network Project in ASEAN

NEWS

NEWS

2022.08.29

ຫົວຂໍ້ ພິທີເປີດຫ້ອງການໂຄງການເຄືອຂ່າຍການສຶກສາຕໍ່ຢູ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນປະຈຳນະຄອນຫຼວງວຽງຈັນ

ວັນທີ 01 ເມສາ 2022 ມະຫາວິທະຍາໄລໂອກາຍາມາໄດ້ເປີດຫ້ອງການສົ່ງເສິມຂໍ້ມູນການສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນທີ່ສະຖາບັນພັດທະນາຊັບພະຍອນມະນຸດລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ. ວັນທີ 08 ສິງຫາ 2022 ໄດ້ຈັດພິທີເປີດຫ້ອງການຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມ, ພະນະທ່ານ ເຄນອິຈິ ໂຄະບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປລາວ, ທ່ານ ຮສ ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນລາວ-ຍີ່ປຸ່ນ, ນອກນັ້ນຍັງມີພາກສ່ວນຈາກສະຖາບັນຕ່າງໆຂອງລັດ ແລະ ສະຖາບັນການສຶກສາເຂົ້າຮ່ວມກວ່າ 30ທ່ານ.

ພະນະທ່ານ ເຄນອິຈິ ໂຄະບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປລາວ ຂຶ້ນໃຫ້ຄໍາເຫັນກ່ຽວກັັບງານເປີດຫ້ອງການດັ່ງນີ້: “ການເປີດຫ້ອງການເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນທີ່ສະຖາບັນລາວ-ຍີ່ປຸ່ນແມ່ນເປັນໜຶ່ງຂອງຂົວຕໍ່ລະຫວ່າງຍີ່ປຸ່ນ ແລະ ລາວໃຫ້ແກ່ໄວໜຸ່ມລາວທີ່ຈະໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນໃນອະນາຄົດ, ການພົວພັນລະຫວ່າງສອງປະເທດຈະໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເພີ່ມໄປເລື້ອຍໆ”, ນອກຈາກນັ້ນ ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດກໍໄດ້ໃຫ້ຄໍາເຫັນກ່ຽວກັບຄວາມສຳຄັນຂອງການສຶກສາໃນປະເທດລາວ, ໂດຍກ່າວວ່າ “ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການເປີດຫ້ອງການທີ່ຈະເປັນບາດກ້າວທີ່ສຳຄັນໃນການສະໜັບສະໜູນໄວໜຸ່ມລາວທີ່ຢາກໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ.”

ງານພີທີເປີດຫ້ອງການດັ່ງກ່າວຍັງມີກອງປະຊຸມແລກປ່ຽນຂໍ້ມູນຂ່່າວສານລະຫວ່າງຜູ້ເຂົ້າຮ່ວມ ແລະ ພະນັກງານຈາກມະຫາວິທະຍາໄລໂອກາຍາມາໄດ້ສົນທະນາກ່ຽວກັບການດໍາລົງຊີວິດຢູ່ໃນຍີ່ປຸ່ນ, ປະສົບການກ່ຽວກັບການໄປສຶກສາຢູ່ປະເທດຍີ່ປຸ່ນ. ເຊິ່ງຜູ້ເຂົ້າຮ່ວມບັນຍາຍແມ່ນ ທ່ານ ຢູກິ ນິຊິມຸລະ ເລຂາສາມ ສະຖານທູດຍີ່ປຸ່ນປະຈຳສປປລາວ, ທ່ານ ນ. ພຸດສະດາ ຈອນເພັດສະລາດ ຕົວແທນຈາກສະມາຄົມອາດີດນັກສຶກສາທີ່ຈົບຈາກຍີ່ປຸ່ນ ປະຈໍາ ສປປລາວ, ທ່ານ ນ. ສຸລິພອນ ສີວິໄຊ ຕົວແທນຈາກວິທະຍາໄລຄູສາລະວັນ ແລະ ເປັນອາດີດນັກສຶກສາທີ່ຈົບຫຼັກສູດປະລິນຍາເອກຈາກມະຫາວິທະຍາໄລໂອກາຍາມາ.
ຫ້ອງການເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາ ນະຄອນຫຼວງວຽງຈັນຈະສືບຕໍ່ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ, ສະຖາບັນການສຶກສາ, ສະມາຄົມອາດີດນັກສຶກສາທີ່ຈົບຈາກຍີ່ປຸ່ນ ປະຈໍາ ສປປລາວ ແລະ ພາກສ່ວນທີ່ກ່ຽວຄ່ອງອື່ນໆເພື່ອສະໜັບສະໜູນນັກສຶກສາລາວທີ່ຢາກໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ.


Commemorative Photo


Japanese Embassy Ambassador H.E. KOBAYASHI Kenichi gives the congratulatory address


NUOL Rector PHONEKHAMPHENG Oudom gives the congratulatory address


Information Exchange Session

BACK

NEWS LIST

ໂຄງການສຶກສາຮຽນຕໍ່ໃນປະເທດຍີປຸ່ນ ໂຄງການເຄືອຂ່າຍທົ່ວໂລກ (ອາຊຽນ) ແມ່ນເປັນໂຄງການແນວໃດ?

ມະຫາວິທະຍາໄລໂອະກະຍະມະໄດ້ຮັບມອບໝາຍຈາກ MEXT ໃຫ້ເພີ່ມຈໍານວນນັກສຶກສາຕ່າງຊາດຈາກອາຊຽນ ASEAN 1.5 ເທົ່າ ໃນ5 ປີ.

READ MORE