Laguage

Study in Japan Global Network Project in ASEAN

NEWS

NEWS

2022.08.29

ຫົວຂໍ້: ການເຂົ້າຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ

ສຈ ອິຊາໂອະ ຄາໂດະຕະ ຄະນະວິທະຍາສາດ ມະຫາວິທະຍາໄລໂອກາຍາມາ, ຮສ ທາເຄໂອະ ອິນາໂມລິ ສະຖາບັນພັດທະນາຊັບພະຍາກອນມະນຸດສາກົນ ແລະ ຜູ້ປະສານງານວຽກງານການການສຶກສາຢູ່ຕ່າງປະເທດ, ທ່ານ ຢູຊຸເກະ ນີ ພ້ອມດ້ວຍຄະນະຈາກມະຫາວິທະຍາໄລໂອກາຍາມາ, ໄດ້ເຂົ້າຢຽມຢາມ ແລະ ໂອ້ລົມແລກປ່ຽນຄໍາຄິດເຫັນກັບມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 8 ສິງຫາ ປີ 2022 ແລະ ໃນວັນທີ 9 ສິງຫາ ປີ 2022 ກໍໄດ້ເຂົ້າຢຽມຢາມ ແລະ ໂອ້ລົມແລກປ່ຽນຄໍາຄິດເຫັນກັບກະຊວງສຶກສາທິການ ແລະ ກິລາ.

ການເຂົ້າໄປຢຽມຢາມຄັ້ງນີ້ ທ່ານ ສຈ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ ປອ ຮຸ່ງເພັດ ເຄີຍໄປເຝິກອົບຮົມຢູ່ປະເທດຍີ່ປຸ່ນ. ໃນການເຂົ້າພົບທ່ານ ທ່ານ ສຈ ປອ ຮຸ່ງເພັດ ຄັ້ງນີ້, ມະຫາວິທະຍາໄລໂອກາຍາມາກໍໄດ້ແນະນໍາກ່ຽວກັບວຽກງານຂອງຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ແລະ ໄດ້ໂອລົມກ່ຽວກັບວຽກງານການຮ່ວມມືດ້ານການສຶກສາໃນອານາຄົດ. ທ່ານ ສຈ ປອ ຮຸ່ງເພັດກໍໄດ້ກ່າວວ່າ: " ສໍາລັບນັກສຶກສາຜູ້ທີ່ມີຄວາມຕ້ອງການຢາກໄປສຶກສາແມ່ນມີຄວາມສໍາຄັນຫຼາຍໃນການເຂົ້າເຖິງແຫຼ່ງຂໍ້ມູນທີ່ສໍາຄັນໄດ້ງ່າຍເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ດັ່ງນັ້ນ, ການເປີດຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນຈຶ່ງມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ກັບນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ຂ້າພະເຈົ້າກໍຫວັງວ່າຫ້ອງການດັ່ງກ່າວນີ້ຈະເປັນສະຖານທີ່ທີ່ເຮັດໃຫ້ນັກສຶກຫຼາຍໆຄົນສາມາດຍາດເອົາໂອກາດໃນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນໄດ້"

ຫຼັງຈາກນັ້ນ, ກໍໄດ້ເຂົ້າຢ້ຽມຢາມ ທ່ານ ຄຳແກ້ວ ຫານຊະນາ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ. ໃນການເຂົ້າຢ້ຽມຢາມຄັ້ງນີ້, ມະຫາວິທະຍາໄລໂອກາຍາມາໄດ້ແນະນໍາກ່ຽວກັບວຽກງານຂອງຫ້ອງການສົ່ງເສິມຂໍ້ມູນການສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນ ແລະ ປຶກສາຫາລືກ່ຽວກັບການສົ່ງເສີມການສຶກສາຢູ່ປະເທດຍີ່ປຸ່ນຂອງນັກສຶກສາລາວ. ທ່ານ ຄຳແກ້ວ ຫານຊະນະ ໄດ້ກ່າວວ່າ: “ປະເທດຍີ່ປຸ່ນແມ່ນເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດໃນຂະແໜງການສຶກສາ ຊັ້ນສູງຂອງປະເທດລາວ, ຂ້າພະເຈົ້າດີໃຈຫຼາຍທີ່ມີການເປີດຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ແລະ ວຽກງານດັ່ງກ່າວຈະເປັນການຊຸກຍູ້ສາຍພົວພັນ, ການຮ່ວມມື ລະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ຢິ່ງແໜ້ນແຟ້ນຂຶ້ນໄປຕື່ມອີກ.

ການຢ້ຽມຢາມທັງສອງສະຖາບັນການສຶກສາຂ້າງເທີງນັ້ນເກີດຂຶ້ນໄດ້ກໍຍ້ອນເລີ່ມຈາກພິທີເປີດຫ້ອງການເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນ ປະຈໍານະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ 2022. ການຢ້ຽມຢາມໃນຄັ້ງນີ້, ຫັວງວ່າການພົວພັນຮ່ວມມືລະຫວ່າງຫ້ອງວ່າການເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ, ມະຫາວິທະຍາໄລຕ່າງໆຂອງປະເທດລາວ, ສະຖາບັນການສຶກສາ, ສະມາຄົມອະດີດນັກສຶກສາທີ່ຈົບຈາກມະຫາວິທະຍາໄລໂອກາຍາມາ ແລະ ອື່ນໆ ຈະໄດ້ຮັບໂອກາດການແລກປ່ຽນດ້ານການສົ່ງເສີມການສຶກສາຕໍ່ຢູ່ປະເທດຍີ່ປຸ່ນທີ່ຈັດຂຶ້ນໃນປະເທດລາວ.

ພິທີເປີດຫ້ອງການໂຄງການເຄືອຂ່າຍການສຶກສາຕໍ່ຢູ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນປະຈຳນະຄອນຫຼວງວຽງຈັນ
https://studyinjapan-asean.jp/news.php?id=40


Meeting with representatives from National University of Laos


Exchange of Commemorative Gifts with National University of Laos


Meeting with representatives from Ministry of Education and Sports in Laos


Exchange of Commemorative Gifts with Ministry of Education and Sports in Laos

BACK

NEWS LIST

ໂຄງການສຶກສາຮຽນຕໍ່ໃນປະເທດຍີປຸ່ນ ໂຄງການເຄືອຂ່າຍທົ່ວໂລກ (ອາຊຽນ) ແມ່ນເປັນໂຄງການແນວໃດ?

ມະຫາວິທະຍາໄລໂອະກະຍະມະໄດ້ຮັບມອບໝາຍຈາກ MEXT ໃຫ້ເພີ່ມຈໍານວນນັກສຶກສາຕ່າງຊາດຈາກອາຊຽນ ASEAN 1.5 ເທົ່າ ໃນ5 ປີ.

READ MORE