ປະເທດຍີ່ປຸ່ນກຳລັງຈ້າງນັກສຶກສາຕ່າງປະເທດທີ່ມີຄວາມສາມາດຫຼາຍຂື້ນເລື່ອຍໆ ໂດຍບໍ່ກ່ຽວວ່າຈະເປັນສັນຊາດໃດກໍ່ຕາມ.
ພວກເຂົາເພີ່ມພະລັງໃຫ້ອົງກອນດ້ວຍແນວຄວາມຄິດແລະທັດສະນະທີ່ຫຼາກຫຼາຍ ແລະ ເຮັດໜ້ທີ່ເປັນສູນກາງລະຫວ່າງປະເທດ. ປະເທດຍີ່ປຸ່ນມີຫຼາຍບໍລິສັດ ບຣູ-ຊິບ ຫຼາຍແຫ່ງທີ່ມີເທັກໂນໂລຊີລະດັບໂລກແລະມີສ່ວນແບ່ງທາງການຕະຫຼາດສູງ
ເຊິ່ງລວມເຖິງບໍລິສັດຂະໜາດໃຫຍ່ໆ ແລະ ບໍລິສັດຂະໜາດກາງ ແລະ ນ້ອຍ.
ການເຮັດວຽກຢູ່ປະເທດຍີ່ປຸ່ນອາດເປັນໂອກາດທີ່ດີໃນການສະສົມຄວາມຮູ້ແລະປະສົບການທີ່ຈະຊ່ວຍໃນອະນາຄົດຂອງທ່ານ.
CAREER
From international student to employee
Austin
Interview
ການສຳພາດຮຽນຮູ້ພາສາຍີ່ປຸ່ນແລະວັດທະນະທຳອົງກອນເພື່ອກາຍເປັນພະນັກງານ!
ຂ້ອຍມາຮຽນຢູ່ປະເທດຍີ່ປຸ່ນໃນປີ 2012 ແລະ ເຂົ້າມະຫາວິທະຍາໄລໂຕກຽວເພື່ອສຶກສາວິທະຍາສາດການເມືອງ ພາຍຫຼັງທີ່ໄດ້ສຳເລັດຫຼັກສູດການກະກຽມ. ດຽວນີ້ຂ້ອຍເຮັດວຽກເປັນນັກຂຽນໂປແກຼມອິດສະຫຼະ.
ເຖິງແມ່ນວ່າຈະຂື້ນກັບສາຂາວິຊາທີ່ທ່ານເລືອກ, ມະຫາວິທະຍາໄລຍີ່ປຸ່ນມີສິດເສລີພາບຫຼາຍ, ແລະ ທ່ານຍັງສາມາດມີສ່ວນຮ່ວມໃນກິດຈະກຳນອກຫຼັກສູດຕ່າງໆເຊັ່ນ ການຝຶກງານ. ນອກຈາກນີ້, ດ້ວຍລະບົບການຈ້າງງານນັກສຶກສາທີ່ຮຽນຈົບໃໝ່, ປະເທດຍີ່ປຸ່ນແມ່ນປະເທດທີ່ງ່າຍທີ່ສຸດໃນການສ້າງຮູບແບບອາຊີບທຳອິດຂອງທ່ານໃນບັນດາປະເທດທີ່ກ້າວໜ້າ. ຖ້າຕ້ອງການປະສົບຜົນສຳເລັດໃນປະເທດຍີ່ປຸ່ນຫຼາຍກວ່າທີ່ຈະເປັນຄົນຍີ່ປຸ່ນ, ທ່ານຄວນໃຊ້ປະໂຫຍດຈາກຈຸດແຂງທີ່ບໍ່ຄືໃຜຂອງທ່ານໃນສະຖານະເປັນຄົນຕ່າງປະເທດ. ທັກສະດ້ານພາສາທີ່ຮຽນຮູ້ຈາກການຮຽນແລະການເຮັດວຽກຢູ່ປະເທດຍີ່ປຸ່ນ ຕະຫຼອດຈົນຄວາມເຂົ້າໃຈກ່ຽວກັບວັດທະນະທຳທີ່ເປັນເອກະລັກນີ້ ຈະກາຍເປັນຈຸດແຂງທີ່ບໍ່ສາມາດປ່ຽນແທນໄດ້. ຖ້າທ່ານຕ້ອງການເປັນພະນັກງານທີ່ເປັນທີ່ຕ້ອງການໂຕໃນໂລກໂລກາພິວັດທີ່ກ້າວໜ້າ, ຂ້າພະເຈົ້າຂໍແນະນຳໃຫ້ທ່ານສຶກສາແລະເຮັດວຽກຢູ່ປະເທດຍີ່ປຸ່ນ.
Looking for work
ການຫາວຽກໃນປະເທດຍີ່ປຸ່ນແມ່ນຂ້ອນຂ້າງເປັນເອກະລັກສະເພາະ. ສະນັ້ນ, ມັນເປັນສິ່ງຈຳເປັນທີ່ນັກສຶກສາຕ່າງປະເທດທີ່ສະແຫວງຫາວຽກເຮັດຈະຕ້ອງເລີ່ມຕົ້ນການກະກຽມໂຕລ່ວງໜ້າໃຫ້ດີ.
ຕາຕະລາງເວລານີ້ແຕກຕ່າງກັນໄປຕາມແຕ່ລະບໍລິສັດ, ສະນັ້ນໃຫ້ແນ່ໃຈວ່າໄດ້ຮວບຮວມຂໍ້ມູນທີ່ກ່ຽວຂ້ອງໃນລັກສະນະທີ່ຕັ້ງໜ້າ.
ສາມຄຳແນະນຳ
1ເຂົ້າໃຈຂັ້ນຕອນການຊອກວຽກທີ່ເປັນເອກະລັກສະເພາະຂອງປະເທດຍີ່ປຸ່ນຕັ້ງແຕ່ຫົວທີ
ມັນເປັນສິ່ງສຳຄັນທີ່ຈະເຂົ້າໃຈລັກສະນະຂອງການຫາວຽກໃນປະເທດຍີ່ປຸ່ນ ແລະ ວິທີການທີ່ແຕກຕ່າງຈາກປະເທດຂອງທ່ານ.
2ມີຄວາມສາມາດພາສາຍີ່ປຸ່ນທຸລະກິດ
ສິ່ງທີ່ບໍລິສັດຊອກຫາຈາກນັກສຶກສາຕ່າງປະເທດຄືຄວາມສາມາດດ້ານພາສາຍີ່ປຸ່ນຂອງພວກເຂົາ. ເນື່ອງຈາກວ່າບໍລິສັດຕ່າງໆ ມັກຈະໃຫ້ຄວາມສຳຄັນກັບການສຳພາດໃນການຊອກຫາບຸກຄະລາກອນເປັນຢ່າງດີ, ໃຫ້ເຮັດວຽກໂດຍໃຊ້ທັກສະໃນການຟັງແລະການເວົ້າຂອງທ່ານເພື່ອປະສົບຜົນສຳເລັດໃນການເຮັດວຽກ.
ພ້ອມກັນນັ້ນພາສາທີ່ໃຊ້ໃນພາສາທຸລະກິດແມ່ນແຕກຕ່າງຈາກການປາກເວົ້າປະຈຳວັນ. ທ້າທາຍຕົວເອງກັບເງື່ອນໄຂທາງທຸລະກິດໃນຂະນະທີ່ທ່ານກຽມຕົວສຳລັບການຫາວຽກ.
3ຮວບຮວມຂໍ້ມູນວຽກສຳລັບນັກສຶກສາຕ່າງປະເທດ
ບໍ່ແມ່ນທຸກບໍລິສັດແລະອົງການທີ່ຈະຮັບນັກສຶກສາຕ່າງປະເທດ ແລະ ມີບໍລິສັດບໍ່ຫຼາຍແຫ່ງທີ່ໂຄສະນາວ່າພວກເຂົາກຳລັງຮັບສະໝັກນັກສຶກສາຕ່າງປະເທດ. ມັນເປັນສິ່ງສຳຄັນທີ່ຈະຕ້ອງຕັ້ງໜ້າໃນການຮວບຮວມຂໍ້ມູນດ້ວຍຕົວທ່ານເອງ.
ຢ່າລືມຄົ້ນຫາ ແລະ ເຂົ້າຮ່ວມກອງປະຊຸມສະຫຼຸບໂດຍຫຍໍ້ຂອງບໍລິສັດແລະຊ່ວງສຳພາດ. ນຳໃຊ້ປະຟຫຍດຈາກສູນວິຊາຊີບຂອງມະຫາວິທະຍາໄລ ຫຼື ພະແນກບໍລິການດ້ານວິຊາຊີບລວມທັງອົງກອນສະໜັບສະໜູນນອກໂຮງຮຽນ (ສູນບໍລິການຈ້າງງານສຳລັບຄົນຕ່າງປະເທດ) ຢ່າງເຕັມທີ່.
ແຫຼ່ງຂໍ້ມູນຂ່າວສານ ແລະ ເນື້ອຫາໄດ້ຖືກຮວບຮວມເຂົ້າດ້ວຍກັນ
ສູນວິຊາຊີບມະຫາວິທະຍາໄລ
- ຂໍ້ມູນການຮັບສະໝັກບໍລິສັດ
- ການໃຫ້ຄຳປຶກສາຫາລືສະເພາະບຸກຄົນສຳລັບການຈັດຫາງານ
- ລາຍຊື່ຂອງນັກສຶກສາຮຽນຈົບ
- ລາຍງານການຫາວຽກຈາກອະດີດນັກສຶກສາຕ່າງປະເທດ
ໜັງສືພິມແລະສື່ມວນຊົນ
- ທ່າອ່ຽງການຫາວຽກໃນສົກການສຶກສາປະຈຸບັນ
- ກະແສທາງສັງຄົມຍີ່ປຸ່ນ (ເສດຖະສາດ ແລະ ການເມືອງ)
- ກິດຈະການໂລກ
- ຂໍ້ມູນກ່ຽວກັບວຽກ
ປື້ມແລະວາລະສານຂໍ້ມູນ
- ທ່າອ່ຽງທາງອຸດສາຫະກຳ
- ການກະກຽມການສອບເສັງຄັດເລືອກ
- ຂໍ້ມູນຈາກບໍລິສັດຈັດຫາງານ
- Kaisha Shikiho (ປື້ມຄູ່ມືກ່ຽວກັບບໍລິສັດຍີ່ປຸ່ນ) ແລະ Gyokai Chizu (ແຜນທີ່ຂອງໂລກທຸລະກິດ)
ອິນເຕີເນັດ
- ຂໍ້ມູນການຮັບສະໝັກອົງກອນ
- ການຂໍຂໍ້ມູນແລະການເລີ່ມຕົ້ນການສະໝັກ
- ການສະໝັກສຳລັບການສຳມະນາ
- ຂໍ້ມູນຂ່າວສານເປັນຄຳເວົ້າ
- ວາລະສານການຫາງານປະຈຳໄຕມາດ
- ຂໍ້ມູນບໍລິສັດລ້າສຸດແລະສະພາບແວດລ້ອມພາຍໃນ
ຫ້ອງການສາທາລະນະ
- ບັດຂໍ້ມູນເປີດຮັບສະໝັກວຽກແມ່ນບໍ່ມີຢູ່ໃນມະຫາວິທະຍາໄລ
- ຂໍ້ມູນການຝຶກງານ
- ຂໍ້ມູນສຳລັບຄົນຕ່າງປະເທດ
- ການໃຫ້ຄຳປຶກສາແຕ່ລະຄົນກ່ຽວກັບການຈັດຫາງານ
ສ້າງຂື້ນໂດຍການດັດແກ້ "ການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ - ຄູ່ມືແນະນຳ-"
"ຄູ່ມືແນະນຳການຈັດຫາງານສຳລັບນັກສຶກສາຕ່າງປະເທດ" (JASSO)