Laguage

Study in Japan Global Network Project in ASEAN

NEWS

NEWS

2022.08.29

ມະຫາວິທະຍາໄລໂອກາຍາມາໄດ້ເຊັນບົດທຶກຄວາມເຂົ້າໃຈ (MOA) ການຮ່ວມມືກັບສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ

ວັນທີ 08 ສິງຫາ 2022 ພະແນກຮ່ວມມືສາກົນຂອງມະຫາວິທະຍາໄລໂອກາຍາມາ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນໄດ້ຕົກລົງເຫັນດີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOA) ເພື່ອເຜີຍແຜ່ຂໍ້ມູນດ້ານວຽກງານການສຶກສາຂອງຍີ່ປຸ່ນໃຫ້ແກ່ນັກສຶກສາລາວ.

ເຊິ່ງວ່າບົດບັນທຶກດັ່ງກ່າວໄດ້ລົງນາມໂດຍ ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນລາວ-ຍີ່ປຸ່ນ ແລະ ທ່ານ ຢາມາຄຸຈິ ຫົວໜ້າພະແນກຮ່ວມມືສາກົນ ຕົວແທນຈາກມະຫາວິທະຍາໄລໂອກາຍາມາ.

ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈດ່ັງກ່າວໄດ້ຮັບຮອງເອົາວຽກງານ, ເປີດຫ້ອງການເຜີຍແຜ່ຂໍ້ມູນການສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນໂດຍຜ່ານການຮ່ວມມືລະຫວ່າງປະເທດຍີ່ປຸ່ນ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ. ໃນການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ຈະເປັນການເພີ່ມທະວີຄວາມສໍາພັນຂອງທັງສອງອົງກອນພ້ອມທັງເປັນການຊຸກຍູ້ວຽກງານການໄປສຶກສາຕໍ່ຢູ່ຍີ່ປຸ່ນຢ່າງມີປະສິດທິຜົນ.

【ພິທີເປີດຫ້ອງການໂຄງການເຄືອຂ່າຍການສຶກສາທີ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນປະຈຳນະຄອນຫຼວງວຽງຈັນ】
https://studyinjapan-asean.jp/news.php?id=40


Signing of MOA

BACK

NEWS LIST

ໂຄງການສຶກສາຮຽນຕໍ່ໃນປະເທດຍີປຸ່ນ ໂຄງການເຄືອຂ່າຍທົ່ວໂລກ (ອາຊຽນ) ແມ່ນເປັນໂຄງການແນວໃດ?

ມະຫາວິທະຍາໄລໂອະກະຍະມະໄດ້ຮັບມອບໝາຍຈາກ MEXT ໃຫ້ເພີ່ມຈໍານວນນັກສຶກສາຕ່າງຊາດຈາກອາຊຽນ ASEAN 1.5 ເທົ່າ ໃນ5 ປີ.

READ MORE